ທະນາຄານໂລກສະຫງວນເງິນ ເພື່ອຊຸກຍູ້ການຫັນເປັນດີຈີຕອນຢູ່ ອາຟຣິກາ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃຫ້ຮູ້ ໃນວັນທີ 7 ກໍລະກົດ 2024 ນີ້ວ່າ: ທະນາຄານໂລກ (WB) ຫາກໍຜັນຂະຫຍາຍໂຄງ
ການໃໝ່ທີ່ມີມູນຄ່າ 2,48 ຕື້ໂດລາສະຫະລັດ ເພື່ອແນໃສ່ເພີ່ມທະວີຄວາມສາມາດໃນການເຂົ້າເຖິງອິນເຕີເນັດ ແລະ ນຳໃຊ້ບັນດາການບໍລິ
ການເຕັກນິກດີຈີຕອນໄດ້ຢ່າງຮອບດ້ານ ໃຫ້ແກ່ປະຊາຊົນເຂດທາງທິດຕາເວັນອອກ ແລະ ພາກໃຕ້ຂອງ ອາຟຣິກາ ຈຳນວນ 180 ລ້ານກວ່າ
ຄົນ. ໂຄງການຫັນເປັນດີຈີຕອນຢ່າງຮອບດ້ານຢູ່ ອາຟຣິກາ ຫຼື IDEA ຈະສຸມໃສ່ການແກ້ໄຂບັນດາສິ່ງທ້າທາຍທາງດ້ານດີຈີຕອນທົ່ວໄປ.
ໂດຍສະເພາະການເຊື່ອມໂຍງ, ລວມທັງ ແມ່ຍິງ, ຊາວໜຸ່ມ, ຜູ້ອາຍຸສູງ, ຄົນພິການ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ເຂດຊົນນະບົດ, ເພື່ອຮັບ
ປະກັນໃຫ້ເຂົ້າເຈົ້າມີສິດເຂົ້າເຖິງອິນເຕີເນັດ ແລະ ໄດ້ຊົມໃຊ້ທຸກຜົນປະໂຫຍດ ທີ່ອິນເຕີເນັດ ນຳມາໃຫ້ຢ່າງສະເໝີພາບ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 09/07/2024